Posted by: nixsona on: October 10, 2009
ຫົວຫນ່ວຍໃນໂລກແມ່ນມີຫລາກຫລາຍ ແລະ ແນ່ນອນວ່າຈະຕ້ອງມີ ຫນ່ວຍ ງານທີ່ຄິດຄົ້ນຄວາມເປັນກາງທາງການວັດແທກຂື້ນ ເຊີ່ງຫນ່ວຍ ງານ ນັ້ນເຮົາເອີ້ນກັນສັ້ນໆວ່າ SI, ສຳຫລັບຜູ້ທີ່ສົນໃຈໃນວິທະຍາສາດ ຕ້ອງບໍ່ພາດເລື່ອງລາວຂອງຫົວຫນ່ວຍ SI, ຕົວຫຍໍ້ SI ທີ່ຈິງແລ້ວແມ່ນ ມາຈາກພາສາຝຣັ່ງ “ le Système international d’unités ” ສ່ວນພາສາອັງກິດແມ່ນ “ International System of Units ” ມາເບິ່ງກັນວ່າຫົວຫນ່ວຍ SI ແມ່ນຫຍັງ ? SI ແມ່ນລະບົບຫົວຫນ່ວຍມາຕະຖານທີ່ ອົງການລະຫວ່າງປະເທດວ່າ ດ້ວຍມາຕະຖານ (ISO ຫລື International Organization for Standardization) ກຳນົດຂື້ນໃຫ້ທຸກ ປະເທດໃຊ້ເປັນມາຕະຖານ ເພື່ອໃຫ້ເປັນການໃຊ້ຫົວຫນ່ວຍເປັນມາຕະຖານດຽວກັນທົ່ວໂລກ ໂດຍສະເພາະ ໃນວົງການວິທະຍາສາດ ເຊິ່ງຍັງມີ 3 ປະເທດທີ່ບໍ່ໄດ້ໃຊ້ລະບົບຫົວຫນ່ວຍ SI ເປັນມາຕະຖານ ນັ້ນກໍຄື ມຽນມາ, [...]
ຄຳເຫັນຫລ້າສຸດ