Posted by: nixsona on: September 23, 2009
ໃຜທີ່ຮຽນຟີສິກສ໌ຄົງຈະເຄີຍເຫັນ 2 ສູດນີ້ F=ma ແລະ P=mg ເປັນພື້ນຖານຂອງຟີສິກສ໌ກົນລະສາດ ສູດທຳອິດ F ກໍຄືແຮງເທົ່າກັບ m ມວນຄູນໃຫ້ a ອັດຕາເລັ່ງ ສູດທຳອິດ P ກໍຄືນ້ຳຫນັກເທົ່າກັບ m ມວນຄູນໃຫ້ g ອັດຕາເລັ່ງການຕົກຕາມລຳພັງ ຖ້າຈະອະທິບາຍງ່າຍໆກໍຄື F ແລະ P ແມ່ນອາການດຽວກັນ ຫາກແຕ່ວ່າເປັນຄົນລະແກນກັນ >> F ຈະເປັນແຮງທີ່ເກີດຂຶ້ນຕາມແກນ X ຫລືທາງນອນ + ຕົວຢ່າງໃຫ້ລົດຄັນຫນຶ່ງມີມວນ 300 Kg ແລ່ນດ້ວຍອັດຕາເລັ່ງ 5 m/s2 ລົດຄັນນັ້ນກໍຈະມີຄວາມແຮງ 1500 N(1500=300×5) ແລະຄວາມແຮງນັ້ນຈະເປັນ 0 ໃນເວລາທີ່ມັນຈອດ ກໍຄືມີອັດຕາເລັ່ງເທົ່າກັບ 0 m/s2(0=300×0) ຫມາຍຄວາມວ່າມັນຈະບໍ່ມີແຮງກະທົບເວລາທີ່ມັນຢຸດນິ້ງກັບທີ່. >> ສ່ວນ P ຈະເປັນແຮງທີ່ເກີດຂຶ້ນຕາມແກນ Y ຫລືທາງຕັ້ງ [...]
ຄຳເຫັນຫລ້າສຸດ