laosci blog | cereal for brain

Posts Tagged ‘carbon

ສະສານໃນລະບົບສຸລິຍະ

Posted by: nixsona on: November 26, 2009

10 ອັນດັບທາດທີ່ຫລາຍສຸດໃນລະບົບສຸລິຍະ (ໂດຍມວນສານ) Hydrogen Helium Oxygen Carbon Neon Iron Nitrogen Silicon Magnesium Sulfur ກຣາຟອົງປະກອບຂອງລະບົບສຸລິຍະ

Carbon & Diamond

Posted by: nixsona on: September 23, 2009

ຄາຣ໌ບອນ(carbon) ມີຊື່ມາຈາກພາສາລາຕິນ(Latin) carbo ເຊິ່ງແປວ່າຖ່ານ(coal and charcoal), ຄາຣ໌ບອນຖືກຄົນພົບເປັນເວລາດົນນານມາແລ້ວໂດຍຊົນຊັ້ນມະນຸດໃນຍຸກກ່ອນປະຫວັດສາດໃນຮູບແບບຂອງຖ່ານ ໃນຂະນະທີ່ເພັດຖືກຄົ້ນພົບໃນຊ່ວງປະມານ 2500 ປີກ່ອນ ຄ.ສ. ໃນປະເທດຈີນ. ຫລາຍຄົນກໍຄົງຈະຮູ້ແລ້ວວ່າເພັດ(diamond)ແມ່ນຄາຣ໌ບອນດີໆນິເອງ (ແຫມ໋ ສົງສານຄົນລວຍທີ່ຊື້ຖ່ານມາປະດັບຮ່າງກ່າຍ ). Antoine Lavoisier ເປັນຜູ້ພິສູດໃຫ້ເຫັນວ່າເພັດນັ້ນແມ່ນມາຈາກຄາຣ໌ບອນ ໂດຍການເຜົາເພັດແລະຄາຣ໌ບອນ(ສອງການທົດລອງ) ແລ້ວເຫັນວ່າທັງສອງຈະປ່ອຍ CO2(carbon dioxide) ໃນປະລິມານອັດຕາສ່ວນທີ່ເທົ່າກັນ. ຄາຣ໌ບອນທີ່ເຮົາພົບເຫັນເປັນປະຈຳແມ່ນຈະຢູ່ໃນຮູບຂອງແກຣໄຟຕ໌(graphite)ຫລືທີ່ລາວເຮົາເອີ້ນຖ່ານນັ້ນເອງ ເຊັ່ນໄສ້ສໍເປັນຕົ້ນ, ທັງແກຣໄຟຕ໌ແລະເພັດແມ່ນມີຄວາມແຕກຕ່າງກັນຫລາຍຢ່າງ ທີ່ເຫັນໄດ້ງ່າຍໆເລີຍກໍຄົງຈະເປັນສີ, ແກຣໄຟຕ໌ຈະມີສີດຳ ສ່ວນເພັດນັ້ນຈະໃສແລະເປັນໄປໄດ້ຫລາຍສີ, ແກຣໄຟຕ໌ນັ້ນຈະມີໂຄງສ້າງເກະກັນເປັນຊັ້ນໆແລະແຕ່ລະຊັ້ນນັ້ນຄາຣ໌ບອນຈະເກະກັນໂດຍໃຊ້ອີເລັກຕຣອນວົງນອກ(valent electron)ພຽງ 3 ຕົວ ນັ້ນຫມາຍຄວາມວ່າອີເລັກຕຣອນວົງນອກຂອງແຕ່ລະຕົວເຫລືອໄວ້ 1 ອີເລັກຕຣອນ ນັ້ນເປັນເຫດຜົນວ່າເປັນຫຍັງແກຣໄຟຕ໌ຈຶ່ງສາມາດຊັກນຳໄຟຟ້າໄດ້ (ຄຳເຕຶອນ : ຫ້າມຈັບໄສ້ສໍໄປແຍ່ຮູ້ປັກໄຟຟ້າເດັດຂາດ ). ສ່ວນວ່າເພັດນັ້ນມີໂຄງສ້າງທີ່ເຂັ້ມແຂງເພາະໃຊ້ອີເລັກຕຣອນວົງນອກໄປຫມົດທັງ 4 ຕົວເລີຍເຮັດໃຫ້ເພັດມີຄຸນນະສົມບັດທີ່ແຂງ ແລະບໍ່ສາມາດຊັກນຳໄຟຟ້າໄດ້. ………Graphite………………………………………..Diamond Some allotropes of carbon: a) diamond; b) graphite; [...]


ທາງແຍກ

ຫນ້າເວັບ

ຄຳປາໄສ

Real URL : laosci.wordpress.com

Short URL : laosci.co.cc

ຄວາມຫນາແຫນ້ນຂອງຝູງຊົນ

  • 1,712 ຄັ້ງການເຂົ້າບລັອກ

ປະຕິທິນ

May 2012
M T W T F S S
« Feb    
 123456
78910111213
14151617181920
21222324252627
28293031  

ຕາມການເວລາ

About Poll

ແບບສຳຫລວດດ້ານລຸ່ມນີ້ສາມາດເລືອກໄດ້ຫລາຍກວ່າຫນຶ່ງ ຕົວເລືອກ

Lao-sci poll

Follow

Get every new post delivered to your Inbox.