Posted by: nixsona on: December 4, 2009
ໃຫ້ຮູ້ພື້ນຖານກ່ອນເນາະ ແລ້ວຈະມາໂພສຕ໌ໃຫມ່ຂຽນລາຍລະອຽດຕື່ມ ໃນອະຕອມຈະປະກອບດ້ວຍ 3 ອະນຸພາກມູນຖານດັ່ງນີ້ : ອີເລັກຕຣອນ (Electron) : ແລ່ນອ້ອມແກນອະຕອມ (Nuclear), ມີໄຟຟ້າບັນຈຸລົບ ໂປຣຕອນ (Proton) : ເປັນອົງປະກອບໃນແກນອະຕອມ, ມີໄຟຟ້າບັນຈຸບວກ ນິວຕຣອນ (Neutron) : ຈັບກັບໂປຣຕອມຢູ່ໃນແກນອະຕອມ, ເປັນກາງທາງໄຟຟ້າ ເບິ່ງເພີ່ມເຕີມໄດ້ໃນ : wikipedia
Posted by: nixsona on: December 1, 2009
ໃນອະຕອມຈະມີລະດັບຊັ້ນພະລັງງານ ແລະແຕ່ລະດັບຊັ້ນພະລັງງານນັ້ນກໍຈະມີຈຳນວນອີເລັກຕຣອນທີ່ບໍ່ເທົ່າກັນດັ່ງນີ້ ລະດັບຊັ້ນພະລັງງານທີ 1 ຈະມີ 2 ອະຕອມ ລະດັບຊັ້ນພະລັງງານທີ 2 ຈະມີ 8 ອະຕອມ ລະດັບຊັ້ນພະລັງງານທີ 3 ຈະມີ 18 ອະຕອມ ລະດັບຊັ້ນພະລັງງານທີ 4 ຈະມີ 32 ອະຕອມ ເປັນຕົ້ນ ເຮົາສາມາດຈົດຈຳຈະນວນອະຕອມໃນແຕ່ລະລະດັບຊັ້ນພະລັງງານໄດ້ຜ່ານສູດ 2n2 ເຊິ່ງວ່າ n=ລຳດັບຊັ້ນພະລັງງານ ລະດັບຊັ້ນພະລັງງານທີ 1 ຈະເທົ່າກັບ 2×12=2 ອະຕອມ ລະດັບຊັ້ນພະລັງງານທີ 2 ຈະເທົ່າກັບ 2×22=8 ອະຕອມ ລະດັບຊັ້ນພະລັງງານທີ 3 ຈະເທົ່າກັບ 2×32=18 ອະຕອມ ລະດັບຊັ້ນພະລັງງານທີ 4 ຈະເທົ່າກັບ 2×42=32 ອະຕອມ ແຕ່ສູດດັ່ງກ່າວນັ້ນໃຊ້ໄດ້ສູງສຸດພຽງແຕ່ລະດັບຊັ້ນພະລັງງານທີ 4 ເທົ່ານັ້ນ.
ຄຳເຫັນຫລ້າສຸດ