Posted by: nixsona on: September 27, 2009
ໂຈດ : ວັດຖຸ A ມີຄວາມໄວ 1 m/s ສະຫມ່ຳສະເຫມີເຄື່ອນທີ່ໄປຕຳວັດຖຸ B ທີ່ບໍ່ເຫນັງຕີງ ແບບບໍ່ສູນເສຍພະລັງງານ, ວັດຖຸ B ຢູ່ຫ່າງຈາກຝາ 1 m. ຖາມວ່າວັດຖຸ B ຈະໃຊ້ເວລາດົນເທົ່າໃດຈຶ່ງຈະກັບມາຢູ່ຕຳແຫນ່ງເດີມ ? ຮູ້ວ່າວັດຖຸ A ແລະ B ມີມວນເທົ່າກັນ, ວັດຖຸ B ຕຳຝາກໍບໍ່ເສຍພະລັງງານເຊັ່ນດຽວກັນ. ຄຳຕອບ : 2 s ວິທີໂກງ : “ ກົດຂອງ momentum ຖ້າ 2 ວັດຖຸທີ່ມີມວນເທົ່າກັນ ແລະ ຕຳກັນແບບບໍ່ສູນເສຍພະລັງງານ 2 ວັດຖຸນັ້ນກໍຈະມີຄວາມໄວສະຫລັບກັນ ” ຈາກໂຈດເຮົາຈະເຫັນວ່າ ວັດຖຸ B ມີຄວາມໄວເທົ່າ 0 m/s (ວັດຖຸ B ບໍ່ເຄື່ອນທີ່) ຫລັງຈາກການຕຳກັນຂອງ [...]
Posted by: nixsona on: September 23, 2009
ໃຜທີ່ຮຽນຟີສິກສ໌ຄົງຈະເຄີຍເຫັນ 2 ສູດນີ້ F=ma ແລະ P=mg ເປັນພື້ນຖານຂອງຟີສິກສ໌ກົນລະສາດ ສູດທຳອິດ F ກໍຄືແຮງເທົ່າກັບ m ມວນຄູນໃຫ້ a ອັດຕາເລັ່ງ ສູດທຳອິດ P ກໍຄືນ້ຳຫນັກເທົ່າກັບ m ມວນຄູນໃຫ້ g ອັດຕາເລັ່ງການຕົກຕາມລຳພັງ ຖ້າຈະອະທິບາຍງ່າຍໆກໍຄື F ແລະ P ແມ່ນອາການດຽວກັນ ຫາກແຕ່ວ່າເປັນຄົນລະແກນກັນ >> F ຈະເປັນແຮງທີ່ເກີດຂຶ້ນຕາມແກນ X ຫລືທາງນອນ + ຕົວຢ່າງໃຫ້ລົດຄັນຫນຶ່ງມີມວນ 300 Kg ແລ່ນດ້ວຍອັດຕາເລັ່ງ 5 m/s2 ລົດຄັນນັ້ນກໍຈະມີຄວາມແຮງ 1500 N(1500=300×5) ແລະຄວາມແຮງນັ້ນຈະເປັນ 0 ໃນເວລາທີ່ມັນຈອດ ກໍຄືມີອັດຕາເລັ່ງເທົ່າກັບ 0 m/s2(0=300×0) ຫມາຍຄວາມວ່າມັນຈະບໍ່ມີແຮງກະທົບເວລາທີ່ມັນຢຸດນິ້ງກັບທີ່. >> ສ່ວນ P ຈະເປັນແຮງທີ່ເກີດຂຶ້ນຕາມແກນ Y ຫລືທາງຕັ້ງ [...]
ຄຳເຫັນຫລ້າສຸດ