Posted by: nixsona on: February 6, 2010
ການຄົ້ນພົບຫລຸມສົບຂອງກຳມະກອນທີ່ສ້າງປີຣະມິດຟາໂຣຫ໌ຄູຟູ ແລະ ຟາໂຣຫ໌ຄາຟຣີ ບໍລິເວນເມືອງກີຊາໄດ້ກຳລັງເປັນຫລັກຖານໃຫມ່ ທີ່ເຜີຍໃຫ້ເຫັນວ່າ ແຮງງານກຳມະກອນທີ່ໃຊ້ສ້າງປີຣະມິດ ບໍ່ໄດ້ເປັນກຳມະກອນຂ້າທາດທີ່ເຄີຍເຊື່ອກັນມາ.
ຫລຸມສົບຂອງແຮງງານກຳມະກອນເຫລົ່ານີ້ ຕັ້ງຢູ່ມໍໆກັບຫລຸມສົບຂອງຟາໂຣຫ໌ ເຊິ່ງຜິດປົກກະຕິຈາກຫລຸມສົບຂອງຂ້າທາດ ທີ່ຈະບໍ່ສາມາດຢູ່ໃກ້ກັບຫລຸມສົບຂອງກະສັດໄດ້ ອີກຢ່າງຄືຈະມີການສະຫລັກຄຳຈາລຶກໄວ້ ເຊັ່ນຄົນງານບາງກຸ່ມເອີ້ນຕົວເອງວ່າ “ເພື່ອນຂອງຄູຟູ”.
ແຮງງານກຳມະກອນທີ່ໃຊ້ໃນການສ້າງປີຣະມິດນັ້ນ ປະມານກັນໄວ້ທີ່ 10.000 ຄົນ ແລະ ການຄົ້ນພົບຫລຸມສົບນີ້ຄັ້ງທຳອິດມີຂຶ້ນໃນປີ ຄສ 1990 ເມື່ອມີມ້າຕົວຫນື່ງໄປເຕະສະດຸດຫິນທີ່ໃຊ້ສ້າງຂອງຫລຸມສົບດັ່ງກ່າວ.
ຄຳເຫັນຫລ້າສຸດ