laosci blog | cereal for brain

Archive for February 2010

ການແນະນຳການປ້ອງກັນພະຍາດໄຂ້ເລືອດອອກ ໂຄງການ 5 ປໍ ຂອງນະຄອນຫລວງ 1. ປ້ອງກັນບໍ່ໃຫ້ຍຸງລາຍກັດ ຕ້ອງນອນໃນມຸ້ງບໍ່ວ່າກາງເວັນ ຫລື ກາງຄືນ ທາງຢາຫລືສະບູກັນຍຸງ ໃຊ້ຢາອູດຍຸງ, ຢາສີດຍຸງ ແລະ ອື່ນໆ 2. ປົກປິດພາຊະນະທີ່ຂັງນ້ຳໃຫ້ດີ ບໍ່ໃຫ້ຍຸງລາຍມາວາງໄຂ່ໄດ້ ຫລື ປ່ອຍປາກິນຫນອນຍຸງ ໄຫນ້ຳ, ຟຸ້ຍນ້ຳຕ້ອງມີຝາຫລື ເອົາຜ້າມຸ້ງປິດໃຫ້ດີ ເພື່ອບໍ່ໃຫ້ຍຸງໄຂ່ໃສ່ໄດ້ ຫລື ໃສ່ຢາຂ້າຫນອນຍຸງ 3. ປະຕິບັດການອະນາໄມສິ່ງແວດລ້ອມ ອ້ອມຂ້າງເຮືອນແຕ່ລະເຮືອນ (ອະນາໄມພາຊະນະຕ່າງໆທີ່ບັນຈຸນ້ຳ) ລ້າງ, ຜັດ, ຖູ, ໄຫນ້ຳ, ອ່າງນ້ຳ, ທຸກໆອາທິດ ເກັບມ້ຽນ ແລະ ທຳລາຍຖິ້ມພາຊະນະທີ່ມີນ້ຳຄ້າງເຊັ່ນ : ກະໂປະ, ກະປ໋ອງ, ຢາງຕີນລົດເກົ່າ, ແກ້ວແຕກ, ຖ້ວຍແຕກ ແລະ ອື່ນໆ ຖາງຫຍ້າ, ຖາງປ່າ, ລະບາຍນ້ຳອັ່ງຫລື ນ້ຳຂັງຢູ່ຕາມບໍລິເວນອ້ອມຂ້າງເຮືອນຂອງທ່ານ 4. ເປີດຂະບວນການອະນາໄມໃນຫມູ່ບ້ານທຸກໆອາທິດ ແຕ່ລະຄອບຄົວ, ຫນ່ວຍ [...]

ການຄົ້ນພົບຫລຸມສົບຂອງກຳມະກອນທີ່ສ້າງປີຣະມິດຟາໂຣຫ໌ຄູຟູ ແລະ ຟາໂຣຫ໌ຄາຟຣີ ບໍລິເວນເມືອງກີຊາໄດ້ກຳລັງເປັນຫລັກຖານໃຫມ່ ທີ່ເຜີຍໃຫ້ເຫັນວ່າ ແຮງງານກຳມະກອນທີ່ໃຊ້ສ້າງປີຣະມິດ ບໍ່ໄດ້ເປັນກຳມະກອນຂ້າທາດທີ່ເຄີຍເຊື່ອກັນມາ. ຫລຸມສົບຂອງແຮງງານກຳມະກອນເຫລົ່ານີ້ ຕັ້ງຢູ່ມໍໆກັບຫລຸມສົບຂອງຟາໂຣຫ໌ ເຊິ່ງຜິດປົກກະຕິຈາກຫລຸມສົບຂອງຂ້າທາດ ທີ່ຈະບໍ່ສາມາດຢູ່ໃກ້ກັບຫລຸມສົບຂອງກະສັດໄດ້ ອີກຢ່າງຄືຈະມີການສະຫລັກຄຳຈາລຶກໄວ້ ເຊັ່ນຄົນງານບາງກຸ່ມເອີ້ນຕົວເອງວ່າ “ເພື່ອນຂອງຄູຟູ”. ແຮງງານກຳມະກອນທີ່ໃຊ້ໃນການສ້າງປີຣະມິດນັ້ນ ປະມານກັນໄວ້ທີ່ 10.000 ຄົນ ແລະ ການຄົ້ນພົບຫລຸມສົບນີ້ຄັ້ງທຳອິດມີຂຶ້ນໃນປີ ຄສ 1990 ເມື່ອມີມ້າຕົວຫນື່ງໄປເຕະສະດຸດຫິນທີ່ໃຊ້ສ້າງຂອງຫລຸມສົບດັ່ງກ່າວ. ຂ່າວຈາກ ABC News ຜ່ານ jusci


ທາງແຍກ

ຫນ້າເວັບ

ຄຳປາໄສ

Real URL : laosci.wordpress.com

Short URL : laosci.co.cc

ຄວາມຫນາແຫນ້ນຂອງຝູງຊົນ

  • 1,712 ຄັ້ງການເຂົ້າບລັອກ

ປະຕິທິນ

February 2010
M T W T F S S
« Jan    
1234567
891011121314
15161718192021
22232425262728

ຕາມການເວລາ

About Poll

ແບບສຳຫລວດດ້ານລຸ່ມນີ້ສາມາດເລືອກໄດ້ຫລາຍກວ່າຫນຶ່ງ ຕົວເລືອກ

Lao-sci poll

Follow

Get every new post delivered to your Inbox.