laosci blog | cereal for brain

10 ຂໍ້ເທັດຈິງຂອງການສືກສາລາວ

Posted by: nixsona on: January 18, 2010

10 ຂໍ້ເທັດຈິງ(ຕິເບາະ)ຂອງການສືກສາລາວ

  1. ເມື່ອມີສຽງລົມກັນຈົນ ເຖິງຂັ້ນວົນແຊວ ຜູ້ໂຊກຮ້າຍທີ່ຮັບເຄາະມັກ ຈະເປັນແຖວຫລັງສະເຫມີ ເຖິງວ່າຄວາມຈິງຈະແຊວກັນ ທັງຫມົດຫ້ອງກໍຕາມ.
  2. ຖ້າເປັນຜູ້ຊາຍທີ່ໄປຖາມເລື່ອງບົດຮຽນ ມັກຈະບໍ່ໄດ້ຮັບຄວາມສົນໃຈ ຈາກອາຈານຜູ້ຊາຍດ້ວຍກັນພໍປານໃດ ແຕ່ຖ້າເປັນນັກຮຽນຍິງໄປຖາມ…ຄິດຕໍ່ເອງລະກັນ.
  3. ເວລາມີກວດກາຫລືສອບເສັງ ນັກຮຽນສ່ວນໃຫຍ່ ມີຄວາມຕ້ອງການຢາກຈະນັ່ງໃກ້ໆ ກັບຜູ້ທີ່ຈັດໄດ້ວ່າຮຽນເກັ່ງ ເຖິງຈະຮູ້ລ່ວງຫນ້າວ່າ ອາດຈະບໍ່ໄດ້ກ່າຍກໍຕາມ.
  4. ຮູບແບບການຕອບຂໍ້ສອບ ຂອງນັກຮຽນລາວ ທີ່ໄດ້ຮັບຄວາມນິຍົມສູງສຸດໃນປະເທດກໍຄື “ຕອບຕາມຄວາມເຂົ້າໃຈ”
  5. ບົດສະຫລຸບຜົນການຮ່ຳຮຽນປະຈຳອາທິດຂ ອງສິບເວນ ຂໍ້ເສຍທີ່ພົບປະຈຳມັກຈະເປັນ “ສ່ວນໃຫຍ່ຍັງວົນແຊວໃນຫ້ອງ ແລະ ອີກຈຳນວນຫນື່ງຍັງຜີດລະບຽບ” ໂດຍທີ່ບໍ່ມີອາທິດໃດເລີຍ ທີ່ບໍ່ມີຂໍ້ເສຍຕົວນີ້ ແລະ ກໍເປັນແບບນີ້ຕະຫລອດທັງປີ.
  6. ລາງວັນນັກຮຽນເກັ່ງປະຈຳແຕ່ລະເດືອນ ແມ່ນສຳລັບຜູ້ທີ່ເສັງໄດ້ຄະແນນ 7 ຂຶ້ນໄປທຸກວິຊາ ຫມາຍຄວາມວ່າຕ່ຳສຸດຄື 7 ທຸກວິຊາ ເຊິ່ງວ່າຜູ້ທີ່ໄດ້ຄະແນນ 10 ຫມົດ ຍົກເວັ້ນວິຊາດຽວທີ່ໄດ້ 6 ຈະບໍ່ມີສິດໄດ້ລາງວັນນິ້.
  7. ນັກຮຽນເກັ່ງມັກຈະມີສະເຫນ່ສຸດໆ ຄືຊ່ວງໃກ້ຈະເສັງ ໂດຍສະເພາະແມ່ນເສັງພາກຮຽນ ແຕ່ພໍການສອບເສັງຈົບລົງ ກໍ..ຖືກແນມວ່າເປັນເດັກເນີດເຊັ່ນເຄີຍ.
  8. ວິຊາສ່ວນໃຫຍ່ໃນລະດັບປະຖົມ ແລະ ມັດທະຍົມຕອນຕົ້ນ ຫລືກະທັ້ງຕອນປາຍ ຍັງມີການອ່ານໃຫ້ຈົດ ທັ້ງໆທີ່ມີປື້ມແບບຮຽນໃຫ້ຊື້ມາອ່ານ ແລະ ຍິ່ງໄປກວ່ານັ້ນ ອັນທີ່ອ່ານໃຫ້ຈົດ ບໍ່ໄດ້ແຕກຕ່າງແມ້ແຕ່ອັກຂະຫລະດຽວ ກັບປຶ້ມອີກຕ່າງຫາກ.
  9. ອາຈານມັກຈະເອົາບັດເຊີນຜູ້ປົກຄອງ ໃນກໍລະນີຕ່າງໆເຊັ່ນ : ຂາດຮຽນເກີນ, ຂາດເສັງ, ຄະແນນຄຸນສົມບັດໃກ້ຫມົດ ເປັນຕົ້ນ ໃຫ້ກັບຕົວນັກສຶກສາເອງ ທັ້ງໆທີ່ຮູ້ວ່າບັດນັ້ນ ຈະໄປບໍ່ຮອດມືຜູ້ປົກຄອງຢ່າງແນ່ນອນ.
  10. ວິຊາທີ່ນັກຮຽນມັດທະຍົມບໍ່ມັກທີ່ສຸດຄືວິຊາ ຄະນິດສາດ, ຟີຊິກສາດ, ເຄມີສາດ, ຊິວະສາດ, ປະຫວັດສາດ, ພູມສາດ, ສືກສາພົນລະເມືອງ, ພາລະສືກສາ, ພາສາຕ່າງປະເທດ ແລະ ພາສາລາວ-ວັນນະຄະດີ !

2 Responses to "10 ຂໍ້ເທັດຈິງຂອງການສືກສາລາວ"

ທ່ານໄດ້ຂໍ້ມູນມາຈາກໃສ
ຫລືວ່າແຕ່່ງເອງ
ແລະ ຄຳວ່າ ເດັກເນີດ ມັນແມ່ນແນວໃດ

ອັນນີ້ເຮົາຂຽນໄປຕາມຈິນຕະນາການຕົວເອງນະ ອາວພະນົມສິນ
ສ່ວນຄຳວ່າ ເດັກເນີດ ແມ່ນມາຈາກພາສາອັງກິດ http://en.wikipedia.org/wiki/Nerd

Leave a Reply

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out / Change )

Twitter picture

You are commenting using your Twitter account. Log Out / Change )

Facebook photo

You are commenting using your Facebook account. Log Out / Change )

Connecting to %s

ທາງແຍກ

ຫນ້າເວັບ

ຄຳປາໄສ

Real URL : laosci.wordpress.com

Short URL : laosci.co.cc

ຄວາມຫນາແຫນ້ນຂອງຝູງຊົນ

  • 1,498 ຄັ້ງການເຂົ້າບລັອກ

ປະຕິທິນ

January 2010
M T W T F S S
« Dec   Feb »
 123
45678910
11121314151617
18192021222324
25262728293031

ຕາມການເວລາ

About Poll

ແບບສຳຫລວດດ້ານລຸ່ມນີ້ສາມາດເລືອກໄດ້ຫລາຍກວ່າຫນຶ່ງ ຕົວເລືອກ

Lao-sci poll

Follow

Get every new post delivered to your Inbox.