ທິດສະດີ “ຮັກ 3 ຕອນ”
Posted by: nixsona on: January 16, 2010
ເປັນທິດສະດີຂອງ ດຣ. ເອເລນ ຟິຊເຊີຣ໌ ແຫ່ງມະຫາວິທະຍາໄລຣຸທເຈີຣ໌ (Rutgers University) ໃນລັດນິວເຈີຣ໌ຊີ, ດຣ. ຟິຊເຊີຣ໌ ບອກວ່າ ຫ້ວງຂອງຄວາມຮັກຂອງຄົນເຮົາແບ່ງເປັນ 3 ຕອນ ໂດຍຈະມີຮໍຣ໌ໂມນທີ່ແຕກຕ່າງກັນມາຮ່ວມສະແດງບົດບາດໃນແຕ່ລະຕອນ.
ຕອນທີ 1 ຊ່ວງເກີດຕັນຫາ
ຕັນຫາຈະຖືກຂັບໂດຍຮໍຣ໌ໂມນເພດ 2 ຕົວຄື ເທສໂທສເທີໂຣນ (Testosterone) ແລະ ເອາໂຕຣເຈນ (Estrogen) ເທສໂທສເທີໂຣນເປັນຮໍຣ໌ໂມນທີ່ບໍ່ໄດ້ມີສະເພາະໃນຜູ້ຊາຍເທົ່ານັ້ນ ຜູ້ຍິງເອງກໍມີເຊັ່ນກັນ ດຣ. ເອເລນ ຟິຊເຊີຣ໌ບອກວ່າ ຕົວຮໍຣ໌ໂມນເພດ2ຕົວນີ້ເອງທີ່ຊ່ວຍຄວບຄຸມອາການຢາກໄດ້ນັ້ນ ຢາກໄດ້ນີ້ຂອງເຮົາ.
ຕອນທີ 2 ຊ່ວງກະວົນກະວາຍ
ເປັນຊ່ວງທີ່ເຮັດໃຫ້ຊີວິດເຮົາປ່ຽນຜັນໄປ ບໍ່ຮັບຮູ້ ບໍ່ສົນໃຈສິ່ງຮອບກາຍ ບໍ່ຍອມກິນ ບໍ່ຍອມນອນ ເອົາແຕ່ນັ່ງລະເມີເພີ້ຝັນ ເຖິງຄົນຮັກ ອາການຕ່າງໆທີ່ເກີດຂຶ້ນໃນຊ່ວງນີ້ ຖືກຄວບຄຸມໂດຍກຸ່ມສານສື່ປະສາດທີ່ເອີ້ນວ່າ ໂມໂນອະມີເນສ (Monoamines) ເຊິ່ງປະກອບດ້ວຍ
- ໂດພາມິນ (Dopamine) ເປັນສານເຄມີທີ່ຊ່ວຍໃຫ້ສະຫມອງຕື່ນຕົວ ເຊັ່ນດຽວກັບມີໂຄຕີນ ແລະ ໂຄເຄອີນ
- ນໍຣ໌ເອພິເນຟຣີນ (Norepinephrine) ຫລືທີ່ຮູ້ຈັກກັນໃນນາມຂອງ ອະດຣີນາລີນ (Adrenalin) ທີ່ເປັນຕົວການເຮັດໃຫ້ເຮົາເຫື່ອແຕກ ແລະ ຫົວໃຈເຕັ້ນລົວໃນຍາມຕື່ນເຕັ້ນ
- ເຊໂຣໂທນິນ (Serotonin) ຫນື່ງໃນສານສຳຄັນທີ່ເຮັດໃຫ້ເຮົາເກີດອາການ ຊຶມ ເສົ້າ ເຫງົາຫງອຍ ເພາະຄວາມຮັກ
ຕອນທີ 3 ຊ່ວງຜູກພັນ
ບໍ່ມີໃຜທີ່ຈະທຳຕົວກະວົນກະວາຍໄດ້ຕະຫລອດຊີວິດ ເມື່ອຜ່ານພົ້ນໄປຊ່ວງເວລາຫນຶ່ງ ຖ້າບໍ່ໂບກມືລາກັນໄປກ່ອນ ແຕ່ລະຄູ່ຮັກກໍຄົງຈະກະຊາກລາກດຶງກັນມາສູ່ຊ່ວງແຫ່ງຄວາມຜູກພັນ ໃນຕອນນີ້ ຈະວ່າດ້ວຍການຕົກລົງປົງໃຈທີ່ຈະໃຊ້ຊີວິດຄູ່ ແລະ ສ້າງຄອບຄົວ, ຮໍຣ໌ໂມນ2ຕົວສຳຄັນຄື
- ອອກຊີໂທຊິນ (Oxytocin) ຈາກຕ່ອນໄຮໂປຊາລາມັສ (Hypothalamus) ເຊິ່ງຊ່ວຍກະຕຸ້ນໃຫ້ເກີດການຂັບນ້ຳນົມ ແລະ ເຊື່ອມຄວາມສຳພັນລະຫວ່າງມານດາກັບແອນ້ອຍ ໂດຍມີການພົບວ່າອອກຊີໂທຊິນ ຈະຖືກຂັບອອກມາເມື່ອຊາຍຍິງມີຄວາມສຳພັນທາງເພດທີ່ເລິກເຊິ່ງ ທິດສະດີບອກວ່າຍິ່ງຊາຍຍິງມີຄວາມສຳພັນກັນເລິກເຊິ່ງເທົ່າໃດ ຄວາມຜູກພັນກໍມີຫລາຍຂຶ້ນເທົ່ານັ້ນ
- ວາໂຊເພຣສຊິນ (Vasopressin) ສານສຳຄັນອີກຕົວຫນຶ່ງທີ່ເປັນຕົວຮັກສາສົມດຸນຂອງນ້ຳໃນຮ່າງກາຍ ຈະຖືກຂັບອອກມາເມື່ອຮ່າງກາຍຂາດນ້ຳ ຄວາມຕຶງຄຽດສູງ ຄວາມດັນເລືອດສູງ ຫລື ເມື່ອຄູ່ຮັກມີຄວາມສຳພັນທາງເພດ ນັກວິທະຍາສາດກຸ່ມຫນຶ່ງພະຍາຍາມ ທຳການສຶກສາເຖິງລິດເດດຂອງ ວາໂຊເພຣສຊິນ ໂດຍຫລັງຈາກທີ່ພວກເຂົາໄດ້ຟັງ ກ່ຽວກັບຕຳນານຮັກຂອງຫນູແຫ່ງທົ່ງຫຍ້າແພຣຣີ່ (Prairie vole) ເຊິ່ງເປັນຫນຶ່ງໃນຮ້ອຍລະ 3 ຂອງສັດລ້ຽງລູກດ້ວຍນ້ຳນົມທີ່ຈັບຄູ່ຢູ່ກິນກັນແບບ ຜົວດຽວເມຍດຽວຕະຫລອດຊ່ວງຊີວິດ (Monogamous) ທີ່ວ່າ ຖ້າຄູ່ຂອງພວກມັນຕາຍ ອີກຕົວກໍຈະຕອມໃຈຕາຍຕາມໄປໃນບໍ່ຊ້າ ໂດຍບໍ່ຄິດຈະມີໃຫມ່ ດ້ວຍຈິດລິດສະຫຍາຕໍ່ຫມູແຫ່ງທົ່ງຫຍ້າແພຣຣີ່ທີ່ຖື ແລະ ປະຕິບັດສິນຂໍ່3 ຫ້າມຜິດລູກຜິດເມຍຢ່າງເຄັ່ງຄັດ ນັກວິທະຍາສາດກຸ່ມນີ້ຈຶ່ງໄດ້ທຳການໃຫ້ຢາທີ່ຫລຸດປະຕິກິລິຍາຂອງວາໂຊເພຣສຊິນໃນຫມູຕົວຜູ້ ປາກົດວ່າ ຫນູຕົວຜູ້ນັ້ນບໍ່ເຖິງກັບສິນແຕກ ແຕ່ກໍມີອາການເຢັນຊາ ຫ່າງເຫີນຕໍ່ຄູ່ຮັກ ແລະ ບໍ່ສະແດງອາການຫຶງຫວງເມື່ອມີຫນູຜູ້ຕົວອື່ນໆ ເຂົ້າມາເກາະແກກັບຄູ່ຂອງມັນເລີຍແມ້ແຕ່ຫນ້ອຍ ຫລັງຈາກຈົບປະຕີບັດການສ້າງຄວາມແຕກແຍກແລ້ວ ພວກເຂົາກໍ່ໄດ້ຂໍ້ສະຫລຸບມາໃຫ້ຊາວໂລກຊື່ນຫົວໃຈວ່າ ຖ້າຂາດວາໂຊເພຣສຊີນເມື່ອໃດ ກໍໃຫ້ກຽມພ້ອມຮັບມືກັບຄວາມຫາຍະນະທີ່ກຳລັງຈະມາສູ່ຄອບຄວບໄດ້ເລີຍ

ຫນູແຫ່ງທົ່ງຫຍ້າແພຣຣີ່
ຂໍ້ມູນຈາກ
http://www.bbc.co.uk
http://www.economist.com
ຜ່ານທາງ
http://www.vcharkarn.com
Like this:
Be the first to like this post.
ຄຳເຫັນຫລ້າສຸດ