Posted by: nixsona on: January 18, 2010
10 ຂໍ້ເທັດຈິງ(ຕິເບາະ)ຂອງການສືກສາລາວ ເມື່ອມີສຽງລົມກັນຈົນ ເຖິງຂັ້ນວົນແຊວ ຜູ້ໂຊກຮ້າຍທີ່ຮັບເຄາະມັກ ຈະເປັນແຖວຫລັງສະເຫມີ ເຖິງວ່າຄວາມຈິງຈະແຊວກັນ ທັງຫມົດຫ້ອງກໍຕາມ. ຖ້າເປັນຜູ້ຊາຍທີ່ໄປຖາມເລື່ອງບົດຮຽນ ມັກຈະບໍ່ໄດ້ຮັບຄວາມສົນໃຈ ຈາກອາຈານຜູ້ຊາຍດ້ວຍກັນພໍປານໃດ ແຕ່ຖ້າເປັນນັກຮຽນຍິງໄປຖາມ…ຄິດຕໍ່ເອງລະກັນ. ເວລາມີກວດກາຫລືສອບເສັງ ນັກຮຽນສ່ວນໃຫຍ່ ມີຄວາມຕ້ອງການຢາກຈະນັ່ງໃກ້ໆ ກັບຜູ້ທີ່ຈັດໄດ້ວ່າຮຽນເກັ່ງ ເຖິງຈະຮູ້ລ່ວງຫນ້າວ່າ ອາດຈະບໍ່ໄດ້ກ່າຍກໍຕາມ. ຮູບແບບການຕອບຂໍ້ສອບ ຂອງນັກຮຽນລາວ ທີ່ໄດ້ຮັບຄວາມນິຍົມສູງສຸດໃນປະເທດກໍຄື “ຕອບຕາມຄວາມເຂົ້າໃຈ” ບົດສະຫລຸບຜົນການຮ່ຳຮຽນປະຈຳອາທິດຂ ອງສິບເວນ ຂໍ້ເສຍທີ່ພົບປະຈຳມັກຈະເປັນ “ສ່ວນໃຫຍ່ຍັງວົນແຊວໃນຫ້ອງ ແລະ ອີກຈຳນວນຫນື່ງຍັງຜີດລະບຽບ” ໂດຍທີ່ບໍ່ມີອາທິດໃດເລີຍ ທີ່ບໍ່ມີຂໍ້ເສຍຕົວນີ້ ແລະ ກໍເປັນແບບນີ້ຕະຫລອດທັງປີ. ລາງວັນນັກຮຽນເກັ່ງປະຈຳແຕ່ລະເດືອນ ແມ່ນສຳລັບຜູ້ທີ່ເສັງໄດ້ຄະແນນ 7 ຂຶ້ນໄປທຸກວິຊາ ຫມາຍຄວາມວ່າຕ່ຳສຸດຄື 7 ທຸກວິຊາ ເຊິ່ງວ່າຜູ້ທີ່ໄດ້ຄະແນນ 10 ຫມົດ ຍົກເວັ້ນວິຊາດຽວທີ່ໄດ້ 6 ຈະບໍ່ມີສິດໄດ້ລາງວັນນິ້. ນັກຮຽນເກັ່ງມັກຈະມີສະເຫນ່ສຸດໆ ຄືຊ່ວງໃກ້ຈະເສັງ ໂດຍສະເພາະແມ່ນເສັງພາກຮຽນ ແຕ່ພໍການສອບເສັງຈົບລົງ ກໍ..ຖືກແນມວ່າເປັນເດັກເນີດເຊັ່ນເຄີຍ. ວິຊາສ່ວນໃຫຍ່ໃນລະດັບປະຖົມ ແລະ ມັດທະຍົມຕອນຕົ້ນ ຫລືກະທັ້ງຕອນປາຍ ຍັງມີການອ່ານໃຫ້ຈົດ [...]
Posted by: nixsona on: January 16, 2010
ເປັນທິດສະດີຂອງ ດຣ. ເອເລນ ຟິຊເຊີຣ໌ ແຫ່ງມະຫາວິທະຍາໄລຣຸທເຈີຣ໌ (Rutgers University) ໃນລັດນິວເຈີຣ໌ຊີ, ດຣ. ຟິຊເຊີຣ໌ ບອກວ່າ ຫ້ວງຂອງຄວາມຮັກຂອງຄົນເຮົາແບ່ງເປັນ 3 ຕອນ ໂດຍຈະມີຮໍຣ໌ໂມນທີ່ແຕກຕ່າງກັນມາຮ່ວມສະແດງບົດບາດໃນແຕ່ລະຕອນ. ຕອນທີ 1 ຊ່ວງເກີດຕັນຫາ ຕັນຫາຈະຖືກຂັບໂດຍຮໍຣ໌ໂມນເພດ 2 ຕົວຄື ເທສໂທສເທີໂຣນ (Testosterone) ແລະ ເອາໂຕຣເຈນ (Estrogen) ເທສໂທສເທີໂຣນເປັນຮໍຣ໌ໂມນທີ່ບໍ່ໄດ້ມີສະເພາະໃນຜູ້ຊາຍເທົ່ານັ້ນ ຜູ້ຍິງເອງກໍມີເຊັ່ນກັນ ດຣ. ເອເລນ ຟິຊເຊີຣ໌ບອກວ່າ ຕົວຮໍຣ໌ໂມນເພດ2ຕົວນີ້ເອງທີ່ຊ່ວຍຄວບຄຸມອາການຢາກໄດ້ນັ້ນ ຢາກໄດ້ນີ້ຂອງເຮົາ. ຕອນທີ 2 ຊ່ວງກະວົນກະວາຍ ເປັນຊ່ວງທີ່ເຮັດໃຫ້ຊີວິດເຮົາປ່ຽນຜັນໄປ ບໍ່ຮັບຮູ້ ບໍ່ສົນໃຈສິ່ງຮອບກາຍ ບໍ່ຍອມກິນ ບໍ່ຍອມນອນ ເອົາແຕ່ນັ່ງລະເມີເພີ້ຝັນ ເຖິງຄົນຮັກ ອາການຕ່າງໆທີ່ເກີດຂຶ້ນໃນຊ່ວງນີ້ ຖືກຄວບຄຸມໂດຍກຸ່ມສານສື່ປະສາດທີ່ເອີ້ນວ່າ ໂມໂນອະມີເນສ (Monoamines) ເຊິ່ງປະກອບດ້ວຍ ໂດພາມິນ (Dopamine) ເປັນສານເຄມີທີ່ຊ່ວຍໃຫ້ສະຫມອງຕື່ນຕົວ ເຊັ່ນດຽວກັບມີໂຄຕີນ ແລະ ໂຄເຄອີນ ນໍຣ໌ເອພິເນຟຣີນ [...]
Posted by: nixsona on: January 4, 2010
ຂໍລຳລຶກເຖິງ ທ່ານ Sir Isaac Newton ໃນມື້ນີ້ 4 ມັງກອນ ຕາມປະຕິທິນ ເກຣກໍຣຽນ ແຕ່ຖ້າໄລ່ຕາມປະຕິທິນຈູລຽນ ຈະແມ່ນວັນທີ 25 ທັນວາ, ເຊິ່ງເປັນວັນຄ້າຍວັນເກີດຂອງທ່ານ ໃນຖານະທີ່ທ່ານເປັນຜູ້ບຸກເບີກ ໃນວົງການວິທະຍາສາດ, ຜົນງານທີ່ເປັນທີ່ຮູ້ຈັກກັນຢ່າງແຜ່ຫລາຍກໍຄົງຈະຫນີບໍ່ພົ້ນ ກົດ 3 ຂໍ້ຂອງຄວາມແຮງ ຫນື່ງໃນນັ້ນກໍຄືສູດ F=ma ນັ້ນເອງ. ຂໍ້ມູນເພີ່ມເຕີມກ່ຽວກັບ Sir Isaac Newton
Posted by: nixsona on: January 3, 2010
ພາບ 3 ມິຕິຂອງສົມຜົນຄະນິດສາດຈາກການໃຊ້ຄອມພິວເຕີຣ໌ສ້າງ. 1.
Posted by: nixsona on: January 2, 2010
ການຮັກສາໂລກໄພໄຂ້ເຈັບໂດຍເລີ່ມຕົ້ນຈາກຢີນ ເລີ່ມກັບມາອີກຄັ້ງ ຄົ້ນພົບກະດູກມະນຸດວານອນ Ardi ຫລື Ardipithecus ramidus ໃນປະເທດເອທິໂອເປຍ ເປັນມະນຸດວານອນທີ່ເກົ່າທີ່ສຸດທີ່ຄົ້ນພົບ ຄົ້ນພົບ schizophrenia ໃນຈີໂນມຂອງມະນຸດ ນັກວິທະຍາສາດຄົ້ນພົບວິທີການຍືດອາຍຸຊີວິດ(ສຳຫລັບຫນູໃນຕອນນິ້) ພົບວ່າສານ Bisphenol A ໃນບັນຈຸພັນພລາສຕິກເປັນອັນຕະລາຍຕໍ່ມະນຸດ ຄົນພົບວ່າແມງກະພຸນ ຫລື jellyfish ສາມາດເຮັດໃຫ້ມະຫາສະຫມຸດເຫນັງໄດ້ ເຊັ່ນດຽວກັບລົມ ແລະ ຄື້ນພະລັງສູງ ນັກວິໄຈສ້າງໂປຣແກຣມຄອມພິວເຕີຣ໌ທີ່ສາມາດພະຍາກອນຜົນກະທົບທີ່ເກີດຈາກຢາໄດ້ ນັກວິໄຈຈາກ Israel Institute of Technology ສ້າງເຄຶ່ອງມີທີ່ກວດຫາມະເຮັງປວດຈາກລົມຫາຍໃຈ ຄວາມຄືບຫນ້າຂອງການສ້າງວັກຊີນຮັກສາໄຂ້ເລືອດອອກ ຜົນການທົດສອບເບື້ອງຕົ້ນເປັນທີ່ຫນ້າພໍໃຈ ແລະ ຫນ້າຈະສຳເລັດໃນປີ 2012 ຄົນພົບຫລັກຖານວ່າມີທາດ 114 ໂດຍ Lawrence Berkeley National Laboratory ແຕ່ ການຢືນຢັນຍັງຕ້ອງວິໄຈກັນຕໍ່ໄປ ຈາກ Wired ຜ່ານ Jusci
ຄຳເຫັນຫລ້າສຸດ