Posted by: nixsona on: December 18, 2009
ມີມາຍາກົນ ໃນທາງຄະນິດສາດມາຝາກ ກ່ອນອື່ນຂໍໃຫ້ເປິດ calculator ຂື້ນມາ ແລະ ຄິດໄລ່ເລກຕາມແຕ່ລະຂໍ້ລຸ່ມນີ້ : ເຈົ້າຄິດຢາກກິນ chocolate ຈັກຄັ້ງຕໍ່ອາທິດ (ຢ່າງຕ່ຳຄື 1 ສູງສຸດຄື 9) ຈາກນັ້ນໃຫ້ເອົາຕົວເລກດັ່ງກ່າວຄູນໃຫ້ 2 ບວກຕໍ່ໃຫ້ 5 ຈາກນັ້ນຄູນໃຫ້ 50 ສຳຫລັບປີ 2010 ນີ້ ຖ້າຫາກວ່າວັນເກີດເຈົ້າຜ່ານມາແລ້ວໃຫ້ ບວກຕໍ່ໃຫ້ 1760, ຖ້າຍັງໃຫ້ບວກໃຫ້ 1759 ຈາກນັ້ນກໍເອົາມາລົບໃຫ້ອອກປີທີ່ເຈົ້າເກີດ ຄຳຕອບທີ່ໄດ້ຄຶຈະເປັນຕົວເລກ 3 ຕົວ ຕົວທຳອິດແມ່ນຈຳນວນຄັ້ງ ທີ່ເຈົ້າຢາກກິນ chocolate ໃນຫນຶ່ງອາທິດ ສ່ວນ 2 ຕົວທາງຫລັງແມ່ນອາຍຸຂອງເຈົ້າເອງ ປລ. ກົນນີ້ໃຊ້ໄດ້ແຕ່ກັບປີ 2010 ເຂົ້າເບິ່ງຄຳຕອບຂອງມາຍາກົນນີ້ໄດ້ໃນ cultureofchemistry
Posted by: nixsona on: December 7, 2009
ກຸ່ມເລືອດ (blood group) ເປັນອີກສິ່ງຫນຶ່ງທີ່ມະນຸດເຮົາສາມາດຖ່າຍທອດໃຫ້ກັບລູກໄດ້ ແລະ ຖືເປັນຫນຶ່ງໃນກະແຈກຳມະພັນ ຂ້າງລຸ່ມນີ້ຄືໂອກາດທີ່ກຸ່ມເລືອດຂອງລູກຈະເປັນ : A + A ລູກມີໂອກາດຈະໄດ້ເລືອດກຸ່ມ A ຫລື O A + B ລູກມີໂອກາດຈະໄດ້ເລືອດກຸ່ມ A,B,AB ຫລື O A + AB ລູກມີໂອກາດຈະໄດ້ເລືອດກຸ່ມ A,B ຫລື AB A + 0 ລູກມີໂອກາດຈະໄດ້ເລືອດກຸ່ມ A ຫລື O B + A ລູກມີໂອກາດຈະໄດ້ເລືອດກຸ່ມ A,B,AB ຫລື O B + B ລູກມີໂອກາດຈະໄດ້ເລືອດກຸ່ມ B ຫລື O B + AB ລູກມີໂອກາດຈະໄດ້ເລືອດກຸ່ມ A,B [...]
Posted by: nixsona on: December 4, 2009
ໃຫ້ຮູ້ພື້ນຖານກ່ອນເນາະ ແລ້ວຈະມາໂພສຕ໌ໃຫມ່ຂຽນລາຍລະອຽດຕື່ມ ໃນອະຕອມຈະປະກອບດ້ວຍ 3 ອະນຸພາກມູນຖານດັ່ງນີ້ : ອີເລັກຕຣອນ (Electron) : ແລ່ນອ້ອມແກນອະຕອມ (Nuclear), ມີໄຟຟ້າບັນຈຸລົບ ໂປຣຕອນ (Proton) : ເປັນອົງປະກອບໃນແກນອະຕອມ, ມີໄຟຟ້າບັນຈຸບວກ ນິວຕຣອນ (Neutron) : ຈັບກັບໂປຣຕອມຢູ່ໃນແກນອະຕອມ, ເປັນກາງທາງໄຟຟ້າ ເບິ່ງເພີ່ມເຕີມໄດ້ໃນ : wikipedia
Posted by: nixsona on: December 1, 2009
ໃນອະຕອມຈະມີລະດັບຊັ້ນພະລັງງານ ແລະແຕ່ລະດັບຊັ້ນພະລັງງານນັ້ນກໍຈະມີຈຳນວນອີເລັກຕຣອນທີ່ບໍ່ເທົ່າກັນດັ່ງນີ້ ລະດັບຊັ້ນພະລັງງານທີ 1 ຈະມີ 2 ອະຕອມ ລະດັບຊັ້ນພະລັງງານທີ 2 ຈະມີ 8 ອະຕອມ ລະດັບຊັ້ນພະລັງງານທີ 3 ຈະມີ 18 ອະຕອມ ລະດັບຊັ້ນພະລັງງານທີ 4 ຈະມີ 32 ອະຕອມ ເປັນຕົ້ນ ເຮົາສາມາດຈົດຈຳຈະນວນອະຕອມໃນແຕ່ລະລະດັບຊັ້ນພະລັງງານໄດ້ຜ່ານສູດ 2n2 ເຊິ່ງວ່າ n=ລຳດັບຊັ້ນພະລັງງານ ລະດັບຊັ້ນພະລັງງານທີ 1 ຈະເທົ່າກັບ 2×12=2 ອະຕອມ ລະດັບຊັ້ນພະລັງງານທີ 2 ຈະເທົ່າກັບ 2×22=8 ອະຕອມ ລະດັບຊັ້ນພະລັງງານທີ 3 ຈະເທົ່າກັບ 2×32=18 ອະຕອມ ລະດັບຊັ້ນພະລັງງານທີ 4 ຈະເທົ່າກັບ 2×42=32 ອະຕອມ ແຕ່ສູດດັ່ງກ່າວນັ້ນໃຊ້ໄດ້ສູງສຸດພຽງແຕ່ລະດັບຊັ້ນພະລັງງານທີ 4 ເທົ່ານັ້ນ.
ຄຳເຫັນຫລ້າສຸດ