Posted by: nixsona on: September 23, 2009
ຄາຣ໌ບອນ(carbon) ມີຊື່ມາຈາກພາສາລາຕິນ(Latin) carbo ເຊິ່ງແປວ່າຖ່ານ(coal and charcoal), ຄາຣ໌ບອນຖືກຄົນພົບເປັນເວລາດົນນານມາແລ້ວໂດຍຊົນຊັ້ນມະນຸດໃນຍຸກກ່ອນປະຫວັດສາດໃນຮູບແບບຂອງຖ່ານ ໃນຂະນະທີ່ເພັດຖືກຄົ້ນພົບໃນຊ່ວງປະມານ 2500 ປີກ່ອນ ຄ.ສ. ໃນປະເທດຈີນ.
ຫລາຍຄົນກໍຄົງຈະຮູ້ແລ້ວວ່າເພັດ(diamond)ແມ່ນຄາຣ໌ບອນດີໆນິເອງ (ແຫມ໋ ສົງສານຄົນລວຍທີ່ຊື້ຖ່ານມາປະດັບຮ່າງກ່າຍ
). Antoine Lavoisier ເປັນຜູ້ພິສູດໃຫ້ເຫັນວ່າເພັດນັ້ນແມ່ນມາຈາກຄາຣ໌ບອນ ໂດຍການເຜົາເພັດແລະຄາຣ໌ບອນ(ສອງການທົດລອງ) ແລ້ວເຫັນວ່າທັງສອງຈະປ່ອຍ CO2(carbon dioxide) ໃນປະລິມານອັດຕາສ່ວນທີ່ເທົ່າກັນ.
ຄາຣ໌ບອນທີ່ເຮົາພົບເຫັນເປັນປະຈຳແມ່ນຈະຢູ່ໃນຮູບຂອງແກຣໄຟຕ໌(graphite)ຫລືທີ່ລາວເຮົາເອີ້ນຖ່ານນັ້ນເອງ ເຊັ່ນໄສ້ສໍເປັນຕົ້ນ, ທັງແກຣໄຟຕ໌ແລະເພັດແມ່ນມີຄວາມແຕກຕ່າງກັນຫລາຍຢ່າງ ທີ່ເຫັນໄດ້ງ່າຍໆເລີຍກໍຄົງຈະເປັນສີ, ແກຣໄຟຕ໌ຈະມີສີດຳ ສ່ວນເພັດນັ້ນຈະໃສແລະເປັນໄປໄດ້ຫລາຍສີ, ແກຣໄຟຕ໌ນັ້ນຈະມີໂຄງສ້າງເກະກັນເປັນຊັ້ນໆແລະແຕ່ລະຊັ້ນນັ້ນຄາຣ໌ບອນຈະເກະກັນໂດຍໃຊ້ອີເລັກຕຣອນວົງນອກ(valent electron)ພຽງ 3 ຕົວ ນັ້ນຫມາຍຄວາມວ່າອີເລັກຕຣອນວົງນອກຂອງແຕ່ລະຕົວເຫລືອໄວ້ 1 ອີເລັກຕຣອນ ນັ້ນເປັນເຫດຜົນວ່າເປັນຫຍັງແກຣໄຟຕ໌ຈຶ່ງສາມາດຊັກນຳໄຟຟ້າໄດ້ (ຄຳເຕຶອນ : ຫ້າມຈັບໄສ້ສໍໄປແຍ່ຮູ້ປັກໄຟຟ້າເດັດຂາດ
). ສ່ວນວ່າເພັດນັ້ນມີໂຄງສ້າງທີ່ເຂັ້ມແຂງເພາະໃຊ້ອີເລັກຕຣອນວົງນອກໄປຫມົດທັງ 4 ຕົວເລີຍເຮັດໃຫ້ເພັດມີຄຸນນະສົມບັດທີ່ແຂງ ແລະບໍ່ສາມາດຊັກນຳໄຟຟ້າໄດ້.


………Graphite………………………………………..Diamond

Some allotropes of carbon: a) diamond; b) graphite; c) lonsdaleite; d–f) fullerenes (C60, C540, C70); g) amorphous carbon; h) carbon nanotube.
ເບິ່ງເພີ່ມເຕີມຈາກ : wikipedia
October 1, 2009 at 1:59 pm
ຫາກໍ່ເຄີຍເຫັນ ເພັດຢູ່ໃນທຳມະຊາດ