laosci blog | cereal for brain

ການແນະນຳການປ້ອງກັນພະຍາດໄຂ້ເລືອດອອກ ໂຄງການ 5 ປໍ ຂອງນະຄອນຫລວງ

1. ປ້ອງກັນບໍ່ໃຫ້ຍຸງລາຍກັດ

  • ຕ້ອງນອນໃນມຸ້ງບໍ່ວ່າກາງເວັນ ຫລື ກາງຄືນ
  • ທາງຢາຫລືສະບູກັນຍຸງ
  • ໃຊ້ຢາອູດຍຸງ, ຢາສີດຍຸງ ແລະ ອື່ນໆ

2. ປົກປິດພາຊະນະທີ່ຂັງນ້ຳໃຫ້ດີ ບໍ່ໃຫ້ຍຸງລາຍມາວາງໄຂ່ໄດ້ ຫລື ປ່ອຍປາກິນຫນອນຍຸງ

  • ໄຫນ້ຳ, ຟຸ້ຍນ້ຳຕ້ອງມີຝາຫລື ເອົາຜ້າມຸ້ງປິດໃຫ້ດີ ເພື່ອບໍ່ໃຫ້ຍຸງໄຂ່ໃສ່ໄດ້ ຫລື ໃສ່ຢາຂ້າຫນອນຍຸງ

3. ປະຕິບັດການອະນາໄມສິ່ງແວດລ້ອມ ອ້ອມຂ້າງເຮືອນແຕ່ລະເຮືອນ
(ອະນາໄມພາຊະນະຕ່າງໆທີ່ບັນຈຸນ້ຳ)

  • ລ້າງ, ຜັດ, ຖູ, ໄຫນ້ຳ, ອ່າງນ້ຳ, ທຸກໆອາທິດ
  • ເກັບມ້ຽນ ແລະ ທຳລາຍຖິ້ມພາຊະນະທີ່ມີນ້ຳຄ້າງເຊັ່ນ : ກະໂປະ, ກະປ໋ອງ, ຢາງຕີນລົດເກົ່າ, ແກ້ວແຕກ, ຖ້ວຍແຕກ ແລະ ອື່ນໆ
  • ຖາງຫຍ້າ, ຖາງປ່າ, ລະບາຍນ້ຳອັ່ງຫລື ນ້ຳຂັງຢູ່ຕາມບໍລິເວນອ້ອມຂ້າງເຮືອນຂອງທ່ານ

4. ເປີດຂະບວນການອະນາໄມໃນຫມູ່ບ້ານທຸກໆອາທິດ

  • ແຕ່ລະຄອບຄົວ, ຫນ່ວຍ ແລະ ບ້ານຕ້ອງເປີດຂະບວນການເຮັດອະນາໄມທຸກໆອາທິດ

5. ເປັນໄຂ້ແກ່ຍາວຕ້ອງໄປພົບແພດຫມໍເພື່ອປີ່ນປົວ

  • ເມື່ອລູກຫລານ ຫລື ຕົວທ່ານເອງເປັນໄຂ້ຕ້ອງໄປໂຮງຫມໍເພື່ອກວດກາປີ່ນປົວຕາມຫລັກການ
  • ຫ້າມຊື້ຢາມາປີ່ນປົວດ້ວຍຕົນເອງ (ໂດຍສະເພາະແມ່ນ ຢາແກ້ໄຂ້ອັສເປຣີນ)
  • ຖ້າມີໄຂ້ເລືອດອອກເກີດຂຶ້ນຫລາຍ ຫລື ມີການລະບາດຢູ່ໃນຄຸ້ມບ້ານຂອງທ່ານ ໃຫ້ແຈ້ງທີ່ຫ້ອງການສາທາລະນະສຸກເມືອງຂອງທ່ານ ຫລື ສະຖານີໄຂ້ຍຸງ, ຫນ່ວຍງານລະຍາດພະແນກສາທາລະນະສຸກ ນະຄອນຫລວງຕາມເບີໂທຂ້າງລຸ່ມນີ້

ສາຍດ່ວນ :
020 5506352 (ທຸກເວລາ)
021 212610, 021 215228, 021 212613 (ໃນໂມງລັດຖະການ)
ເປັນຄວາມຫ່ວງໃຍຈາກພະແນກສາທາລະນະສຸກນະຄອນຫລວງ

ການຄົ້ນພົບຫລຸມສົບຂອງກຳມະກອນທີ່ສ້າງປີຣະມິດຟາໂຣຫ໌ຄູຟູ ແລະ ຟາໂຣຫ໌ຄາຟຣີ ບໍລິເວນເມືອງກີຊາໄດ້ກຳລັງເປັນຫລັກຖານໃຫມ່ ທີ່ເຜີຍໃຫ້ເຫັນວ່າ ແຮງງານກຳມະກອນທີ່ໃຊ້ສ້າງປີຣະມິດ ບໍ່ໄດ້ເປັນກຳມະກອນຂ້າທາດທີ່ເຄີຍເຊື່ອກັນມາ.

ຫລຸມສົບຂອງແຮງງານກຳມະກອນເຫລົ່ານີ້ ຕັ້ງຢູ່ມໍໆກັບຫລຸມສົບຂອງຟາໂຣຫ໌ ເຊິ່ງຜິດປົກກະຕິຈາກຫລຸມສົບຂອງຂ້າທາດ ທີ່ຈະບໍ່ສາມາດຢູ່ໃກ້ກັບຫລຸມສົບຂອງກະສັດໄດ້ ອີກຢ່າງຄືຈະມີການສະຫລັກຄຳຈາລຶກໄວ້ ເຊັ່ນຄົນງານບາງກຸ່ມເອີ້ນຕົວເອງວ່າ ເພື່ອນຂອງຄູຟູ”.

ແຮງງານກຳມະກອນທີ່ໃຊ້ໃນການສ້າງປີຣະມິດນັ້ນ ປະມານກັນໄວ້ທີ່ 10.000 ຄົນ ແລະ ການຄົ້ນພົບຫລຸມສົບນີ້ຄັ້ງທຳອິດມີຂຶ້ນໃນປີ ຄສ 1990 ເມື່ອມີມ້າຕົວຫນື່ງໄປເຕະສະດຸດຫິນທີ່ໃຊ້ສ້າງຂອງຫລຸມສົບດັ່ງກ່າວ.

ຂ່າວຈາກ ABC News ຜ່ານ jusci

10 ຂໍ້ເທັດຈິງ(ຕິເບາະ)ຂອງການສືກສາລາວ

  1. ເມື່ອມີສຽງລົມກັນຈົນ ເຖິງຂັ້ນວົນແຊວ ຜູ້ໂຊກຮ້າຍທີ່ຮັບເຄາະມັກ ຈະເປັນແຖວຫລັງສະເຫມີ ເຖິງວ່າຄວາມຈິງຈະແຊວກັນ ທັງຫມົດຫ້ອງກໍຕາມ.
  2. ຖ້າເປັນຜູ້ຊາຍທີ່ໄປຖາມເລື່ອງບົດຮຽນ ມັກຈະບໍ່ໄດ້ຮັບຄວາມສົນໃຈ ຈາກອາຈານຜູ້ຊາຍດ້ວຍກັນພໍປານໃດ ແຕ່ຖ້າເປັນນັກຮຽນຍິງໄປຖາມ…ຄິດຕໍ່ເອງລະກັນ.
  3. ເວລາມີກວດກາຫລືສອບເສັງ ນັກຮຽນສ່ວນໃຫຍ່ ມີຄວາມຕ້ອງການຢາກຈະນັ່ງໃກ້ໆ ກັບຜູ້ທີ່ຈັດໄດ້ວ່າຮຽນເກັ່ງ ເຖິງຈະຮູ້ລ່ວງຫນ້າວ່າ ອາດຈະບໍ່ໄດ້ກ່າຍກໍຕາມ.
  4. ຮູບແບບການຕອບຂໍ້ສອບ ຂອງນັກຮຽນລາວ ທີ່ໄດ້ຮັບຄວາມນິຍົມສູງສຸດໃນປະເທດກໍຄື “ຕອບຕາມຄວາມເຂົ້າໃຈ”
  5. ບົດສະຫລຸບຜົນການຮ່ຳຮຽນປະຈຳອາທິດຂ ອງສິບເວນ ຂໍ້ເສຍທີ່ພົບປະຈຳມັກຈະເປັນ “ສ່ວນໃຫຍ່ຍັງວົນແຊວໃນຫ້ອງ ແລະ ອີກຈຳນວນຫນື່ງຍັງຜີດລະບຽບ” ໂດຍທີ່ບໍ່ມີອາທິດໃດເລີຍ ທີ່ບໍ່ມີຂໍ້ເສຍຕົວນີ້ ແລະ ກໍເປັນແບບນີ້ຕະຫລອດທັງປີ.
  6. ລາງວັນນັກຮຽນເກັ່ງປະຈຳແຕ່ລະເດືອນ ແມ່ນສຳລັບຜູ້ທີ່ເສັງໄດ້ຄະແນນ 7 ຂຶ້ນໄປທຸກວິຊາ ຫມາຍຄວາມວ່າຕ່ຳສຸດຄື 7 ທຸກວິຊາ ເຊິ່ງວ່າຜູ້ທີ່ໄດ້ຄະແນນ 10 ຫມົດ ຍົກເວັ້ນວິຊາດຽວທີ່ໄດ້ 6 ຈະບໍ່ມີສິດໄດ້ລາງວັນນິ້.
  7. ນັກຮຽນເກັ່ງມັກຈະມີສະເຫນ່ສຸດໆ ຄືຊ່ວງໃກ້ຈະເສັງ ໂດຍສະເພາະແມ່ນເສັງພາກຮຽນ ແຕ່ພໍການສອບເສັງຈົບລົງ ກໍ..ຖືກແນມວ່າເປັນເດັກເນີດເຊັ່ນເຄີຍ.
  8. ວິຊາສ່ວນໃຫຍ່ໃນລະດັບປະຖົມ ແລະ ມັດທະຍົມຕອນຕົ້ນ ຫລືກະທັ້ງຕອນປາຍ ຍັງມີການອ່ານໃຫ້ຈົດ ທັ້ງໆທີ່ມີປື້ມແບບຮຽນໃຫ້ຊື້ມາອ່ານ ແລະ ຍິ່ງໄປກວ່ານັ້ນ ອັນທີ່ອ່ານໃຫ້ຈົດ ບໍ່ໄດ້ແຕກຕ່າງແມ້ແຕ່ອັກຂະຫລະດຽວ ກັບປຶ້ມອີກຕ່າງຫາກ.
  9. ອາຈານມັກຈະເອົາບັດເຊີນຜູ້ປົກຄອງ ໃນກໍລະນີຕ່າງໆເຊັ່ນ : ຂາດຮຽນເກີນ, ຂາດເສັງ, ຄະແນນຄຸນສົມບັດໃກ້ຫມົດ ເປັນຕົ້ນ ໃຫ້ກັບຕົວນັກສຶກສາເອງ ທັ້ງໆທີ່ຮູ້ວ່າບັດນັ້ນ ຈະໄປບໍ່ຮອດມືຜູ້ປົກຄອງຢ່າງແນ່ນອນ.
  10. ວິຊາທີ່ນັກຮຽນມັດທະຍົມບໍ່ມັກທີ່ສຸດຄືວິຊາ ຄະນິດສາດ, ຟີຊິກສາດ, ເຄມີສາດ, ຊິວະສາດ, ປະຫວັດສາດ, ພູມສາດ, ສືກສາພົນລະເມືອງ, ພາລະສືກສາ, ພາສາຕ່າງປະເທດ ແລະ ພາສາລາວ-ວັນນະຄະດີ !

ທິດສະດີ “ຮັກ 3 ຕອນ”

Posted by: nixsona on: January 16, 2010

ເປັນທິດສະດີຂອງ ດຣ. ເອເລນ ຟິຊເຊີຣ໌ ແຫ່ງມະຫາວິທະຍາໄລຣຸທເຈີຣ໌ (Rutgers University) ໃນລັດນິວເຈີຣ໌ຊີ, ດຣ. ຟິຊເຊີຣ໌ ບອກວ່າ ຫ້ວງຂອງຄວາມຮັກຂອງຄົນເຮົາແບ່ງເປັນ 3 ຕອນ ໂດຍຈະມີຮໍຣ໌ໂມນທີ່ແຕກຕ່າງກັນມາຮ່ວມສະແດງບົດບາດໃນແຕ່ລະຕອນ.

ຕອນທີ 1 ຊ່ວງເກີດຕັນຫາ
ຕັນຫາຈະຖືກຂັບໂດຍຮໍຣ໌ໂມນເພດ 2 ຕົວຄື ເທສໂທສເທີໂຣນ (Testosterone) ແລະ ເອາໂຕຣເຈນ (Estrogen) ເທສໂທສເທີໂຣນເປັນຮໍຣ໌ໂມນທີ່ບໍ່ໄດ້ມີສະເພາະໃນຜູ້ຊາຍເທົ່ານັ້ນ ຜູ້ຍິງເອງກໍມີເຊັ່ນກັນ ດຣ. ເອເລນ ຟິຊເຊີຣ໌ບອກວ່າ ຕົວຮໍຣ໌ໂມນເພດ2ຕົວນີ້ເອງທີ່ຊ່ວຍຄວບຄຸມອາການຢາກໄດ້ນັ້ນ ຢາກໄດ້ນີ້ຂອງເຮົາ.

ຕອນທີ 2 ຊ່ວງກະວົນກະວາຍ

ເປັນຊ່ວງທີ່ເຮັດໃຫ້ຊີວິດເຮົາປ່ຽນຜັນໄປ ບໍ່ຮັບຮູ້ ບໍ່ສົນໃຈສິ່ງຮອບກາຍ ບໍ່ຍອມກິນ ບໍ່ຍອມນອນ ເອົາແຕ່ນັ່ງລະເມີເພີ້ຝັນ ເຖິງຄົນຮັກ ອາການຕ່າງໆທີ່ເກີດຂຶ້ນໃນຊ່ວງນີ້ ຖືກຄວບຄຸມໂດຍກຸ່ມສານສື່ປະສາດທີ່ເອີ້ນວ່າ ໂມໂນອະມີເນສ (Monoamines) ເຊິ່ງປະກອບດ້ວຍ

  • ໂດພາມິນ (Dopamine) ເປັນສານເຄມີທີ່ຊ່ວຍໃຫ້ສະຫມອງຕື່ນຕົວ ເຊັ່ນດຽວກັບມີໂຄຕີນ ແລະ ໂຄເຄອີນ
  • ນໍຣ໌ເອພິເນຟຣີນ (Norepinephrine) ຫລືທີ່ຮູ້ຈັກກັນໃນນາມຂອງ ອະດຣີນາລີນ (Adrenalin) ທີ່ເປັນຕົວການເຮັດໃຫ້ເຮົາເຫື່ອແຕກ ແລະ ຫົວໃຈເຕັ້ນລົວໃນຍາມຕື່ນເຕັ້ນ
  • ເຊໂຣໂທນິນ (Serotonin) ຫນື່ງໃນສານສຳຄັນທີ່ເຮັດໃຫ້ເຮົາເກີດອາການ ຊຶມ ເສົ້າ ເຫງົາຫງອຍ ເພາະຄວາມຮັກ

Read the rest of this entry »

Isaac Newton

ຂໍລຳລຶກເຖິງ ທ່ານ Sir Isaac Newton ໃນມື້ນີ້ 4 ມັງກອນ ຕາມປະຕິທິນ ເກຣກໍຣຽນ ແຕ່ຖ້າໄລ່ຕາມປະຕິທິນຈູລຽນ ຈະແມ່ນວັນທີ 25 ທັນວາ, ເຊິ່ງເປັນວັນຄ້າຍວັນເກີດຂອງທ່ານ ໃນຖານະທີ່ທ່ານເປັນຜູ້ບຸກເບີກ ໃນວົງການວິທະຍາສາດ, ຜົນງານທີ່ເປັນທີ່ຮູ້ຈັກກັນຢ່າງແຜ່ຫລາຍກໍຄົງຈະຫນີບໍ່ພົ້ນ ກົດ 3 ຂໍ້ຂອງຄວາມແຮງ ຫນື່ງໃນນັ້ນກໍຄືສູດ F=ma ນັ້ນເອງ.

google

ຂໍ້ມູນເພີ່ມເຕີມກ່ຽວກັບ Sir Isaac Newton

ທາງແຍກ

ຫນ້າເວັບ

ຄຳປາໄສ

Real URL : laosci.wordpress.com

Short URL : laosci.co.cc

ຄວາມຫນາແຫນ້ນຂອງຝູງຊົນ

  • 1,440 ຄັ້ງການເຂົ້າບລັອກ

ປະຕິທິນ

January 2012
M T W T F S S
« Feb    
 1
2345678
9101112131415
16171819202122
23242526272829
3031  

ຕາມການເວລາ

About Poll

ແບບສຳຫລວດດ້ານລຸ່ມນີ້ສາມາດເລືອກໄດ້ຫລາຍກວ່າຫນຶ່ງ ຕົວເລືອກ

Lao-sci poll

Follow

Get every new post delivered to your Inbox.